ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ຂໍເຊິນແຂກທຸກທ່ານເຂົ້າຮ່ວມປະຊຸມສົນທະນາຮ່ວມ ແລກປ່ຽນປະສົບການຕໍ່ກັບວຽກງານໂພຊະນາການ ໃນກອງປະຊຸມປະຈຳປີ ຂອງເຄືອຂ່າຍຈັດຕັ້ງທາງສັງຄົມເພື່ອສົງເສີມ ໂພຊະນາການ (SUN CSA) ທີ່ໂຮງແຮມ ວັນຊະນະ ໃນວັນທີ 22-23 ມິນາ 2016

ຂໍເຊິນແຂກທຸກທ່ານເຂົ້າຮ່ວມປະຊຸມສົນທະນາຮ່ວມ ແລກປ່ຽນປະສົບການຕໍ່ກັບວຽກງານໂພຊະນາການ ໃນກອງປະຊຸມປະຈຳປີ ຂອງເຄືອຂ່າຍຈັດຕັ້ງທາງສັງຄົມເພື່ອສົງເສີມ ໂພຊະນາການ (SUN CSA) ທີ່ໂຮງແຮມ ວັນຊະນະ ໃນວັນທີ 22-23 ມິນາ 2016

ສະບາຍດີທຸກໆທ່ານທີ່ເຄົາລົບ ແລະ ນັບຖືຢ່າງສູງ,

ເຄືອຂ່າຍຈັດຕັ້ງທາງສັງຄົມເພື່ອສົງເສີມ ໂພຊະນາການ (SUN CSA) ມີຄວາມຍິນດີຂໍເຊີນທ່ານ ຕ່າງໜ້າຈາກ:

ອົງການ/ຫ້ອງການ/ສາມະຄົມ ທີ່ບໍ່ຫວັງຜົນກຳໄລ

ເພື່ອປະກອບສ່ວນເຂົ້າຮ່ວມ ປະຊຸມສົນທະນາແລກປ່ຽນປະສົບການຕໍ່ກັບວຽກງານໂພຊະນາການ, ສີ່ງທ້າທາຍ, ສະຫຼຸບວຽກງານ, ຜົນສຳເລັດຕ່າງໆ ປະຈຳປີ 2015 ແລະ ວາງແຜນຊອກວິທີແກ້ໄຂ ຮ່ວມກັນກັບບັນດາສາມະຊິກ ແລະ ຄູ່ຮ່ວມພັດທະນາພາຍໃຕ້ ກອງປະຊຸມປະຈຳປີ ຂອງເຄືອຂ່າຍ SUN CSA. ລາຍລະອຽດແມ່ນສາມາດເບີ່ງໄດ້ທີ່ເອກະສານທີ່ຕິດຄັັດ ວາລະກອງຂອງປະຊຸມ.

  • ວັນທີ: 22-23 ມີນາ (3) 2016
  • ໄລຍະເວລາ: 2 ວັນ
  • ສະຖານທີ່: ໂຮງແຮມ ວັນຊະນະ (ແຄມຂອງ ໃກ້ກັບ ໂຮງຮຽນ ປາກປະສັກ)

ຫວັງຢ່າງຍິ່ງວ່າ ບັນດາທ່ານຈະສະຫຼະເວລາອັນມີຄຸນຄ່າຂອງທ່ານມາຮ່ວມປະຊຸມນຳດ້ວຍ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ

 

ທ່ານ ນ ບັນທິດາ ກົມຜາສຸກ

ຜູ້ຈັດການ ເຄືອຂ່າຍຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມໂພຊະນາການ (SUN CSA)

 

 

 

ໝາຍເຫດ: ກະລຸນາແຈ້ງຜູ້ເຂົ້າຮວມກອງປະຊຸມ

ກັບ ທ. ປຣະພາດ ທີ່ 020 2372 6302, 021 353 409-11